ຂໍແນະນຳ: ຖ້ຳຈັງ Tham Chang ສະຖານທີ່ທ່ອງທ່ຽວຂອງວັງວຽງ

in #introduction6 years ago

ຖ້ຳຈັງ ແມ່ນສະຖານທີ່ບ່ອນໝື່ງຂອງວັງວຽງ ທີ່ໝ້າສົນໃຈ ແລະ ຢູ່ບໍ່ໄກຫລາຍຈາກຕົວເມືອງວັງວຽງ ສາມາດເດີນທາງມາໄດ້ໄລຍະທາງປະມານ 1 ກິໂລກວ່າ ເມື່ອມາຮອດແລ້ວແມ່ນເຮົາຈະຕ້ອງຈ່າຍຄ່າເຂົ້າດ່ານທີໝື່ງ 2000 ກີບ.
ຈາກນັ້ນໃຫ້ຍ່າງຂ້າມຂົວສີສົ້ມຂ້າມແມ່ນ້ຳຊອງເຂົ້າໄປ ກ່ອນທີ່ຈະເຂົ້າໄປໃນຖ້ຳຈັງເຮົາສາມາດຖ່າຍຮູບງາມໆຢູ່ທີ່ຂົວສີສົ້ມໄດ້ ເຊີ່ງເປັນຈຸດນິຍົມຂອງຫລາຍໆ ຄົນທີ່ມັກຖ່າຍຮູບ.
ຈາກຈຸດຂົວຍ່າງເຂົ້າໄປທາງຊ້າຍມືປະມານ 200 ແມັດ ກໍ່ຈະຮອດຖ້ຳຈັງແລ້ວ ເຊີ່ງທາງໝ້າຖ້ຳມີສາຍນ້ຳໃສໆໃຫ້ເດັກນ້ອຍໂດດອາບນ້ຳຫລີ້ນ ແລະ ຖ້າແມ່ນໃຜຢາກຂື້ນໄປທີ່ເທີງຖ້ຳແມ່ນຕ້ອງໄດ້ເສຍເງີນຄ່າເຂົ້າຊົມສຳລັບນັກທ່ອງທ່ຽວແມ່ນ 15000 ກີບ ເຊີ່ງທາງຍ່າງຂື້ນປາກຖ້ຳແມ່ນຕ້ອງຍ່າງຂື້ນຂັ້ນໄດ 147 ຂັ້ນ.
ເມື່ອເຮົາມາຮອດໃນຖ້ຳເຮົາຈະຕ້ອງຕົກໃຈ ແລະ ປະຫລາດໃຈຫລາຍ ... ບໍ່ສະເພາະແຕ່ຄວາມສວຍງາມຂອງໃນຖ້ຳເທົ່ານັ້ນ ເພາະວ່າຢູ່ພາຍໃນຖ້ຳນີ້ໃຜໆ ກໍ່ຕ້ອງຄິດວ່າຈະຕ້ອງມືດໆ ແລະ ຫາຍໃຈບໍ່ອອກ ແຕ່ທີ່ຈິງແລ້ວໃນຖ້ຳແມ່ນເຢັນຫລາຍ! ອາກາດດີຫລາຍ ຫາຍໃຈກໍ່ສະດວກຄືກັບຢູ່ທາງນອກຖ້ຳ ແລະ ຍັງເຢັນຄືກັບເຮົາຢູ່ໃນຫ້ອງແອ.
ນອກຈາກນີ້ພາຍໃນຖ້ຳຍັງມີແສງສະຫວ່າງ ແລະ ເຫັນຮຸ່ງດີ ເຊີ່ງເຮັດໃຫ້ເຮົາສາມາດຍ່າງຊົມວີວໄດ້ຢ່າງສະດວກສະບາຍ
IMG_20180618_6.jpg
FB_IMG_1529291509413.jpg
IMG_20180618_1.jpg
IMG_20180618_2.jpg
IMG_20180618_3.jpg
IMG_20180618_5.jpg

Sort:  

ພາໄປແດ່ດຸ

ມື້ໝ້າເຂົາພາໄປ

Congratulations @yoky! You have completed some achievement on Steemit and have been rewarded with new badge(s) :

Award for the number of posts published
Award for the number of comments

Click on the badge to view your Board of Honor.
If you no longer want to receive notifications, reply to this comment with the word STOP

Do not miss the last post from @steemitboard!


Participate in the SteemitBoard World Cup Contest!
Collect World Cup badges and win free SBD
Support the Gold Sponsors of the contest: @good-karma and @lukestokes


Do you like SteemitBoard's project? Then Vote for its witness and get one more award!

Coin Marketplace

STEEM 0.19
TRX 0.13
JST 0.030
BTC 60260.23
ETH 3299.77
USDT 1.00
SBD 2.38