My lunch to day

in #thai7 years ago

Dear steemit friends ກິນເຂົ້າສວາຍກັນຫລືຍັງມື້ນີ້ຂ້ອຍໄດ້ກິນເຂົ້າສາມັກຄີຮ່ວມກັບອ້າຍເອື້ອຍຫມູ່ເພືອນພາຍໃນຫ້ອງການ
IMG_20180214_115237.jpgບໍ່ແທ້ບໍ່ວ້າກະບໍ່ໄດ້ມີໂອກາດແບບນີ້ ມື້ນີ້ມີໂອກາດດີໃຜໆກະບໍ່ໄດ້ກັບເຮືອນຈື່ງຊວນກັນສ້າງສັນກັນເລັກນ້ອຍ
IMG_20180214_115502.jpgເມນູມື້ນີ້ກໍ່ແມ່ນມ້ຽງປາແດກນັ້ນເອງຊື່ງເປັນອາຫານທີ່ຂ້ອຍມັກຫລາຍ ແລະ ມື້ນີ້ກໍ່ແມ່ນມື້ທີ່ຊາວສວນມາຂາຍພືດຜັກອິນຊີຢູ່ທີ່ພະແນກກະສິກຳທີ່ເຮົາເຮັດວຽກຢູ່ນັ້ນເອງເພີ່ນຈະຂາຍຢູ່ 2 ມື້ຕໍ່1ອາທິດຄື: ວັນພຸດ ແລະ ວັນເສົາກໍ່ເລີຍຖືໂອກາດນີ້ຊື້ຜັກນຳຊາວສວນມາເຮັດມ້ຽງປາແດກກິນເພາະເປັນຜັກປອດສານພິດພ້ອມທັງຕົວເອງກໍ່ມັກກິນຜັກແດ່ເພາະເມນູນີ້ເປັນເມນູທີ່ແຊບໃຜໆກະມັກ ແລະ ເປັນເມນູທີ່ມີສ່ວນປະກອບຂອງສະຫມຸນໄພຫລາຍຢ່າງເຊັ່ນ:ຜັກສະຫລັດ,ກະລ່ຳປີ,ຜັກກາດຂາວ,ຜັກຫອມ,ຜັກຊີ,ຜັກບົວໃບ,ກ້ານກຳ,ບົວລະພາ,ຫມາກເລັ່ນ,ຫມາກເຟືອງ,ຫມາກເຂືອເພາະ,ຫົວຜັກທຽມ,ຫົວສີໄຄ,ຂີງ,ຫມາກວາອ່ອນ,ຫມາກເຜັດຂີ້ຫນູ,ເຂົ້າປຸ້ນ,ຫມາກແຕງ,ຄຽບຫມູ
ແລະ ແຈ່ວທີ່ເຮັດດ້ວຍຫມາກຂ້າມສຸກເອາະໃສ່ນ້ຳປາແດກ ຫອມໆ ໂອຍແຊບຫລາຍ ຊື່ງເມນູນີ້ຈະມີຢູ່ຕາມຮ້ານອາຫານທົ່ວໄປເກືອບທຸກຮ້ານເພາະເປັນເມນູຮີດຂອງໄວຫລຸ້ນແລະຄົນທົ່ວໄປ ເວລາສ້າງສັນກັນສ່ວນໃຫຍ່ຄົນລາວເຮົາຈະນຶກເຖິງປະເພດທີ່ພັນດ້ວຍຜັກຢູ່ແລ້ວບໍ່ວ່າຈະເປັນພັນມ້ຽງ,ພັນປາ,ພັນໄສ້ອ່ອນ,ພັນຊີ້ນຕ່າງໆ

Sort:  

ยินดีที่ได้รู้จักค่ะ😊

ยินดีที่ได้รู้จักเหมึอนกันคะ

Coin Marketplace

STEEM 0.18
TRX 0.14
JST 0.029
BTC 60385.18
ETH 2658.57
USDT 1.00
SBD 2.47