Fried vegetable

in #thai7 years ago

ສະບາຍດີ ເພືອນໆ Steemit ແລງມື້ນີ້ຂ້ອຍຊິມາເຮັດຂົ້ວຜັກກາດນາກິນໃຊ້ເວລາປະມານ20ນາທີກໍສາມາດກິນໄດ້ແລ້ວ ເພາະຫລາຍໆມື້ຜ່ານມາກະກິນແຕ່ຊີ້ນມາຫລາຍແລ້ວກໍ່ເລີຍປ່ຽນມາກິນຜັກເພື່ອສຸຂະພາບກັນແດ່ເນາະເພາະຜັກມີຄຸນປະໂຫຍດຢ່າງຫລວງຫລາຍເພາະເປັນການດີທອັກເຮັດໃຫ້ລະບົບຂັບຖ່າຍສະດວກພ້ອມນັ້ນການກິນຜັກຍັງສາມາດເຮັດໃຫ້ສະລໍຄວາມແກ່ກ່ອນໄວຕື່ມອີກແບບນີ້ແລະຄືສາເຫດທີ່ເຮັດໃຫ້ຂ້ອຍມັກກິນຜັກບໍ່ວ່າຈະເປັນຜັກກິນໃບຫລືຜັກກິນຫົວຂ້ອຍກະມັກຫມົດເລີຍ
*ສ່ວນປະກອບຫລັກໆທີ່ກຽມກໍ່ຈະມີ
-ຫມາກເຜັດແຫ້ງ
-ຫົວຜັກທຽມແຫ້ງ
-ຫົວຜັກບົວແຫ້ງ
-ແປ້ງນົວ
-ນ້ຳຕານ
-ສະອີ້ວ
-ນ້ຳປາ
-ຊອັດຫອຍນາງລົມ
-ຜັກກາດຊອມທີ່ມີດອກເຫລືອງຫນ້ອຍຫນື່ງ!
-ຊີ້ນຫມູ
IMG_20180202_180528.jpgຫລັງຈາກກຽມອຸປະກອນຄົບຖ້ວນຫມົດແລ້ວເຮົາກໍ່ຈະນຳຫມາກເຜັດແຫ້ງ,ຫົວບົວ,ຫົວທຽມແຫ້ງມາຕຳໃສ່ກັນໃຫ້ແຫລກພໍດີIMG_20180202_174600.jpgຫລັງຈາກນັ້ນກໍເອົາຊີ້ນຫມູທີ່ເຮົາຟັກໄວ້ນັ້ນຂົ້ວໃສ່ຫມໍ້ຂານໄຟ
IMG_20180202_174535.jpgສ່ວນໃຫຍ່ແລ້ວຄົນລາວເຮົາມັກຄົວກິນໃສ່ໄຟທີ່ດັງດ້ວຍຟືນແບບຄົນຮຸ້ນເກົ່າເພີ່ນເວົ້າວ່າລົດຊາດມັນຈະແຊບກວ່າເຮົາຄົວໃສ່ເຕົາໄຟຟ້າຢ່າງເຊັ່ນ:ຫມໍ້ສຸກີ່ຫລືຄົວໃສ່ເຕົາແກັດນັ້ນເອງ,ຫລັງຈາກຂົ້ວຊີ້ນຈົນສຸກແລ້ວກໍ່ນຳຜັກກາດທີ່ເຮົາລ້າງກຽມໄວ້ລົງໃສ່ຫມໍ້IMG_20180202_174901.jpgຄົນໃຫ້ເຂົ້າກັນຫລັງຈາກນັ້ນນຳເຄື່ອງປຸງໃສ່ແປ້ງນົວ,ນ້ຳຕານໃສ່ຫນ້ອຍຫນື່ງ,ສະອີ້ວ,ນ້ຳປາແລະຊອັດຫອຍນາງລົມໃສ່ຈາກນັ້ນກໍ່ຊິມໃຫ້ໄດ້ປຸງລົດຊາດຕາມທີ່ເຮົາຕ້ອງການເວລາຂົ້ວເຮົາຈະບໍ່ຂົ້ວດົນຈົນເກີນໄປ ເພາະຖ້າເຮົາຂົ້ວດົນສານສີຂຽວທີ່ຢູ່ນຳຜັກທີ່ຮ່າງກາຍເຮົາຕ້ອງການກໍ່ອາດຕາຍໄດ້ເພາະຖືກຄວາມຮ້ອນເຜົາຜານຫລາຍຈົນເກີນໄປທີ່ເຮົາເອີ້ນກັນແບບບ້ານໆວ່າຜັກເລ້ນັ້ນເອງ ເພາະສະນັ້ນເຮົາຈະເຮັດໃຫ້ສຸກພໍດີກິນIMG_20180202_175718.jpgໄດ້ເວລາສຸກພໍດີຊິມໃຫ້ແຊບຕາມທີ່ໃຈຕ້ອງການພຽງເທົ່ານີ້ກໍ່ເສີບໄດ້ເລີຍບໍ່ຍາກເດີໃຜຍາກເຮັດກິນກະລອງເອົາເຮັດເບີ່ງ

Sort:  

wowww....It's look delicious.

thank you ja , it'very delicious

Coin Marketplace

STEEM 0.17
TRX 0.14
JST 0.029
BTC 59214.68
ETH 2622.69
USDT 1.00
SBD 2.44