Cabbage Garden Organic

in #thai7 years ago

Dear steemit friends ມື້ນີ້ຂ້ອຍໄດ້ລົງພາກສະຫນາມເພື່ອກວດເບີ່ງສວນຜັກກະລໍ່າປີຂອງຊາວສວນວ່າມີສານເຄມີເຈື່ອນປົນຫລືບໍ ເພາະການກະສິກຳຂອງລາວເຮົາດຽວນີ້ເພີ່ນຈະເນັ້ນໃສ່ພືດຜັກປອດສານຜິດເປັນຫລັກສຳຄັນແລະຊາວບ້ານແຫ່ງນີ້ສວ່ນໃຫຍ່ເຂົາເຈົ້າກໍ່ຈະປູກພືດຜັດເປັນອາຊີບຫລັກຂອງເຂົາເຈົ້າ
received_1213019518830792.jpeg
ແຂວງຫລວງພະບາງເປັນແຂວງຫນື່ງຂອງປະເທດລາວທີ່ມີນັກທ່ຽວຈາກຕ່າງປະເທດ ແລະ
ພາຍໃນປະເທດ ເຂົ້າມາທ່ຽວຊົມຫລາຍໃນແຕ່ລະປີສະນັ້ນການບໍລິໂພກກໍ່ຈະເພີ່ມຂື້ນເລື່ອຍໆໂດຍສະເພາະພືດຜັກແລະກໍ່ເປັນປັດໃຈຫນື່ງທີ່ສຳຄັນ ທີ່ຂາດບໍ່ໄດ້ໃນການປ້ອນເຂົ້າສູ່ຕະຫລາດ ສະນັ້ນພັກແລະລັດເຮົາຈື່ງລົງຊຸກຍູ້ປະຊາຊົນປູກພືດຜັກປອດສານຜິດໂດຍລະດົມທຶນຈາກຕ່າງປະເທດເຂົ້າມາຊ່ວຍເຫລືອ
received_1213049705494440.jpeg
ເພາະແຂກທີ່ເຂົ້າມາທ່ຽວຊົມຫລວງພະບາງແຕ່ລະຄົນລ້ວນແລ້ວທີ່ຍາກກິນຜັກປອດສານຜິດກັນທັ້ງນັ້ນເພາະຜັກບ້ານເຮົາສ່ວນໃຫຍ່ເປັນຜັກອິນຊີ ແລະ ສົດພ້ອມທັງສະອາດນຳອີກ
received_1213019522164125.jpegຜັກກະລໍ່າປີເປັນຜັກສີຂຽວເປັນຫົວວົງມົນຫລືຈະເວົ້າອີກຍ່າງວ່າຫົວກົມໆເຊີ່ງຄົນເຮົາສາມາດນຳມາປຸງແຕ່ງອາຫານໄດ້ຫລາຍຍ່າງບໍ່ວ່າຈະເປັນຂົ້ວ,ແກງ,ສ້າເຂົ້າປຸ້ນ,ນື້ງກັບເອາະປາແດກ,ກັບມົກຕ່າງໆໄດ້ຫລາຍໆຍ່າງບໍ່ວ່າຈະກິນດິບກໍ່ໄດ້ໂດຍສະເພາະກັບຕຳຫມາກຮຸ່ງບໍຫລືວ່າມ້ຽນປາແດກບໍກະແຊບໆເວົ້າແລ້ວກະນ້ຳລາຍໄຫລເລີຍອົດບໍ່ໄດ້ມື້ອື່ນໄປການນີ້ຊິໄດ້ຊວນຫມູ່ຄູ່ຫ້ອງການໄປກິນຄຳຫມາກຮຸ່ງກັບມ້ຽນປາແດກແລ້ວເພາະບໍ່ໄດ້ກິນດົນເຫັນກະລ່ຳປີລະອົດໃຈບໍ່ໄດ້
FB_IMG_1517921045204.jpgອ່ອຍໆກະລ່ຳປີກອບໆຫວານໆກັບຕຳຫມາກຮຸ່ງຫລວງພະບາງແຊບແທ້ເດ້FB_IMG_1517923836814.jpgມີແຕ່ຂອງມັກທັງນັ້ນເລີຍແຊບຫລາຍອາຫານຫລວງພະບາງ ເພືອນໆSteemitໃຜທີ່ຍັງບໍ່ທັນມາທ່ຽວຊົມຫລວງພະບາງລະຫາໂອກາດມາທ່ຽວກັນແດ່ເດີຮັບຮອງວ່າບໍ່ຜິດຫວັງແນ່ນອນ
Love if steemit
thank you for your support

Coin Marketplace

STEEM 0.18
TRX 0.14
JST 0.029
BTC 59541.64
ETH 2637.04
USDT 1.00
SBD 2.45