ອາຫານທ່ຽງມື້ນີ້ # Lao food

in #food6 years ago

ສະບາຍດີທຸກຄົນ ມື້ນີ້ຝົນຕົກຕາມເຄີຍເນາະບ້ານເຮົາ ເຮັດຫຍັງໄປຫຍັງກະຍາກຍ້ອນຟ້າຝົນແທ້ໆ ຊັກເຄື່ອງຕາກກະບໍ່ແຫ້ງ ເລີ່ມເບື່ອ ມື້ໃດຈະເຊົາຕົກຈັກເທື່ອຢາກໄປເລາະໄປທ່ຽວກິນຫຍັງກະບໍ່ໄດ້ໄປ ເວົ້າເລື່ອງໄປລະ ໄປຕະຫລາດກະຄວາມວ່າເປືຶ້ອນ ໄຄແຕ່ຢູ່ໃກ້ຕະຫລາດ ເລີຍໄດ້ຍ່າງອອກໄປຊື້ປາມາເຮັດປົ່ນປາກກິນ

ຜ.jpg

ຍາມລະດູຝົນກະຫາກິນປາກິນຫນໍ່ ມື້ນີ້ ເຮັດປົ່ນປາ ບໍ່ແມ່ນປານ້ຳຂອງ ປານິນ ຍ້ອນວ່າປານ້ຳຂອງລາຄາມັນເເພງມະນຸດເງິນເດືອນຄືເຮົາຕ້ອງໄດ້ກິນປານິນ ໂລ 20,000ກີບໄປຊື້ມາປົ່ນ ກັບຫນໍ່ຕົ້ມ ລະກະແຈ່ວກະປິ ເວົ້າແຈ່ວລະຄິດຮອດສະໄຫມຮຽນຕົ້ມຫນໍ່ຖົງ ກັບແຈ່ກະປິເກືອບທຸກມື້ ເຮົາຈາກບ້ານມາຕ້ອງອົດທົນ ມື້ນີ້ຄິດຢາກ ເລີຍເຮັດກິນລົດ ຊາດກະຄືເກົ່າ ແຊບກິນຈົນເຈັບທ້ອງ ແຕ່ກ່ອນຫນໍ່ເປັນຖົງກະຫມົດຍ້ອນຝົນບໍ່ເຊົານອນເຝົ້າຫໍພັກບໍ່ມີຫັຍງກະຕົ້ມຫນໍ່ຕຳແຈ່ວ ແຕ່ກະມີຄວາມສຸກ ມ່ວນຢູ່ນຳຫມູ່ຫລາຍຄົນ ໃຜເຄີຍຈາກບ້ານມາຮຽນກະອີ່ຮູ້ວ່າຊີວິດຫໍພັກເປັນແນວໃດເນາະ
ບໍ່ມື້ນີ້ຮູ້ສຶກວ່າເມື່ອຍຫລາຍເລີຍບໍ່ມີຫຍັງແປກໃຫມ່ມາຝາກ ມື້ຫນ້າຈະເອົາວິທີ່ການເຮັດອາຫານແຊບໆມາຝາກມື້ນີ້ກັບບ້ານກ່ອນ ຝົນຈະຕົກອີກແລ້ວ

thank you for follow me
Love it steemit and friends
@phetsamone

Sort:  

คิดฮอดบ้านเลย

ອາຫານຫນ້າແສບແທ້ ແລະບໍເຄີຍສວນກີນນຳ ກີນແຕ່ສອງຄົນຫັນແລະຕອນແຟນບໍຍູ່ກີນແຕ່ຕົ້ມຫມີ

Loading...

Coin Marketplace

STEEM 0.19
TRX 0.13
JST 0.030
BTC 63887.77
ETH 3417.79
USDT 1.00
SBD 2.56