สะบายดีทุกท่าน@soysungvone

in #esteemlaos7 years ago (edited)

C675D5CA-9D23-4369-BEB1-3EAAD4180261.jpegສະບາຍດີ ທຸກທ່ານຊາວ esteemit ທຸກທ່ານມື້ນີ້ ເປັນອີກມື້ຫນຶ່ງທີ່ມີໂອກາດມາຂຽນບົດຄວາມໃຫ້ທຸກທ່ານໄດ້ອ່ານເນື່ອງຈາກສອງອາທິດທີ່ຜ່ານມາຂ້າພະເຈົ້າໄປເດີນທາງໄປທັດສະນະສຶກສາຢູ່ທີ່ຈັງຫວັດຊຽງໃຫມ່ປະເທດໄທ ໄດ້ໄປຊົມວັດວາສາສະນາສິນລະປະວັດທະນາທຳທາງລ້ານນາ ຮູ້ສຶກໄດ້ວ່າມີມົນຄັງ ມີສະເຫນ່ ວັດຕ່າງໆໃນຊຽງໃຫມ່ເປັນວັດທີ່ສວຍງາມແລະດຶງດູດໃຫ້ແຂກຕ່າງຊາດໄດ້ມາທ່ຽວຊົມໂດຍສະເພາະແມ່ນນັກທ່ອງທ່ຽວທາງປະເທດຈີນຖືວ່າຫລາຍກ່ອນຫມູ່ນອກຈາກນີ້ກໍ່ມີນັກທ່ອງທ່ຽວຫລາຍໆປະເທດ.ຂ້າພະເຈົ້າຮູ້ສຶກວ່າການໄປທັດສະນະສຶກສາໃນຄັ້ງນີ້ ໄດ້ຮູ້ກ່ຽວກັບການພັດທະນາວັດໃນບ້ານເຂົາເຈົ້າສິນລະປະລວດລາຍອັນປານີດບັນຈົງທີ່ນາຍຊ່າງໄດ້ປະດັບປະດາຕົກແຕ່ງໃຫ້ງົດງາມເປັນທີ່ຕິດໃຈຂອງແຂກຕ່າງດ້າວທ້າວຕ່າງແດນໃຫ້ມາຊົມແລະສຳພັດກັບຄວາມງາມຂອງນະຄອນພິງຊຽງໃຫມ່ ໄທແລນ ແລະຂ້າພະເຈົ້າໄດ້ນຳຮູບພາບມານຳສະເຫນີບາງສ່ວນຖ້າຫາກຢາກເຫັນໃຫ້ເດີນທາງໄປທ່ຽວຊົມຈະຮູ້ສຶກແບບດ່ຽວກັບຂ້າພະເຈົ້າ🗣🗣

Coin Marketplace

STEEM 0.14
TRX 0.25
JST 0.036
BTC 96144.42
ETH 1847.85
USDT 1.00
SBD 0.85