ມື້ທຳອິດຂອງການມາຢູ່ນະຄອນຫຼວງວຽງຈັນ
::: ມາເຂົ້າເລື່ອງກັນເລີຍເນາະ ມື້ນີ້ກະເປັນມື້ທຳອິດທີ່ໄດ້ຍ້າຍເຂົ້າມາຢູ່ໃນນະຄອນຫຼວງວຽງຈັນ ເຊິ່ງມັນກະແຕກຕ່າງກັບການທີ່ໄດ້ຢູ່ບ້ານເຮົາເຫຼືອເກີນ ຢູ່ບ້ານຂ້ອຍ 26-27° ອົງສາຂ້ອຍກະຄິດວ່າຮ້ອນແລ້ວມາຢູ່ວຽງແຫ່ງຮ້ອນເຂົ້າໄປອີກ ມື້ນີ້ອາກາດຢູ່ທີ່ 32° ອົງສາ ຢູ່ບ່ອນພັກໄດ້ແຕ່ເປີດພັດລົມໄວ້ຕະຫຼອດເພາະມັນຮ້ອນອີ່ຫຼີ ແຕ່ກະຕ້ອງໄດ້ສູ້ຊົນກັບອາກາດ ເພາະເຮົາໄດ້ເລືອກທີ່ຈະມາແລ້ວຢູ່ທີ່ບ່ອນນີ້ແລ້ວ ເພາະນີ້ຄືບາດດ້າວທຳອິດທີ່ຈະນຳໄປສູ່ການເປັນ ເຈົ້າຂອງທຸລະກິດຂະໜາດນ້ອຍໃນເບື້ອງຕົ້ນຊອງໂຕເອງ ຈະທຸກ ຫຼື ລຳບາກພຽງໃດກະຈະສູ້ເຕັມທີ່ ເພື່ອຄວາມສຳເລັດໃນອະນາຄົດຂອງໂຕເອງ.
I LOVE STEEMIT AND ESTEEM BY: @ sakda
อากาศร้อนขนาดนี้ น้องศักดาดูแลสุขภาพด้วยนะครับ ..
พี่เบียแวะมาทักทาย ^^ ขอให้สมหวังในงานที่ตั้งใจทำนะครับ
ครับพี่เบียร์ผมก็จะแวะไปทักทาบบ่อยๆนะครับ
ขอบคุณครับน้องศักดา^^
ຮ້ອນຕັບແຕກເລີຍ
ກະວ່າ
👍