Hello my friends the steemit.

in #esteemlaos6 years ago

Morning monday.
image
ສະບາຍດີໝູ່ເພື່ອນໃນ steemitທຸກໆຄົນ ມື້ນີ້ຂ້ອຍຊິມາເວົ້າມາເລົ່າກ່ຽວກັບການໄປນັ່ງກິນລົມຊົມວິວທີ່ຫົວສວນເທິງນາຂ້ອຍມາຊູ່ຈຸເຈົ້າໄດ້ຟັງກັນ.

Yesterday ມື້ວານນີ້ ຂ້ອຍໄດ້ມີໂອກາດໄດ້ໄປຫຼີ້ນສວນເຊິ່ງວ່າຂ້ອຍໄດ້ຮັບມອບໝາຍພາລະກິດຈາກພໍ່ຂ້ອຍ ເພີ່ນໄດ້ບອກໃຫ້ຂ້ອຍໄປເບິ່ງລ້ຽງງັວຫັ້ນນ່າ ໂອຈັ່ງແມ່ນໂຊກດີແຕ່ເຊົ້າເລີຍມື້ວານນິ😁 ແຕ່ກະບໍ່ເປັນຫຍັງ ຈັ່ງໄດຂ້ອຍກະຕ້ອງໄດ້ໄປເບີ່ງງັວໃຫ້ພໍ່ທຸກມື້ວັນເສົາແລະອາທິດຫັ້ນລະ ມີຫຍັງເຮົາກະຄ່ອຍແບ່ງເບົາພາລະເພີ່ນໄປຫັ້ນແຫຼະ.

ມື້ນັ້ນ ອາກາດຢູ່ນາທາງຫົວສວນສູງປະມານຫລາຍແມັດເຕີບ ຈົນເວລາເຮົາໄປນັ່ງກ້ອງຮົ່ມໄມ້ໃນສວນບໍ່ວ່າຈະຫຼຽວໄປຊ້າຍຫຼືຂວາກໍ່ຈະເຫັນແຕ່ທິວທັດທຳມະຊາດ ລົມກະພັດເຢັນໆ ຊີວິດຂອງຂ້ຍນັ້ນແມ່ນຕິດພັນຫຼືວ່າມີຄວາມຜູກພັນກັບທຳມະຊາດມາແຕ່ຍັງນ້ອຍໆແລ້ວ ເພາະວ່າໃນເມື່ອກ່ອນຄອບຄົວຂອງຂ້ອຍແມ່ນທຸກຍາກຫຼາຍ ໄຮ່ນາຕາກ້າກະຢູ່ໄກ ສ່ວນຫຼາຍໃນເມື່ອກ່ອນແມ່ນເຮັດແຕ່ໄຮ່ປູກເຂົ້າກິນຊື່ໆ ແຕ່ມາດຽວທາງຂັ້ນເທິງເພີ່ນຫ້າມບໍ່ໃຫ້ຕັດໄມ້ທຳລາຍປ່າ ແລະ ໃຫ້ຍຸດຕິການຖາງປ່າເຮັດໄຮ່ຢ່າງເລື່ອນລອຍ.

ດັ່ງນັ້ນເຮົາຈື່ງພາກັນຫັນມາເຮັດນາຢູ່ຕາມຂອບເຂດເທດສະບານໃກ້ກັບບ້ານຫຼືຊູມຊນແທນ ຊີວິດການເປັນຢູ່ຂອງຂ້ອຍ ແລະ ອີກຫຼາຍໆຄອບຄົວຈື່ງມີຖານະແລະການເປັນຢູ່ທີ່ດີຂື້ນ ຍ້ອນການຊີ້ນຳນຳພາຈາກຂັ້ນເທິງນັ້ນກະຄືພັກລັດເຮົານິລະ ທີ່ຍາມໃດ ເວລາໃດກໍໄດ້ຕັ້ງໜ້າເອົາໃຈໃສ່ຄົ້ນຄົ້ນຊອກຫາວິທີທາງເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂື້ນຢູ່ໃນສັງຄົມລາວເຮົາ. ດັ່ງນັ້ນຂ້ອຍຈື່ງມີມື້ນີ້ໄດ້.

ການທີ່ເຮົາໄດ້ຮັບການມອບໝາຍວຽກຈາກຜູ້ໃຫຍ່ນັ້ນເຮົາບໍ່ຄວນຫຼີກລ່ຽງວຽກງານ ເຮົາຕ້ອງຮູ້ຈັກການແບ່ງເບົາແບ່ງວຽກໃນຄອບຄົວ ບໍ່ຄວນເຮັດໃຫ້ຄອບຄົວເຫັນວ່າເຮົາເປັນພາລະ ການທີ່ເຮົາໄດ້ຊ່ວຍເຫຼືອຊື່ງກັນແລະກັນນັ້ນມັນສອນໃຫ້ຮູ້ຈັກຄວາມສາມັກຄີແລະການມີນ້ຳໃຈເອື້ອເຟື້ອເພື່ອແຜ່ ແລະຮູ້ຈັກເສຍສະຫຼະເພື່ອຄົນອື່ນນຳອີກ.
image
ເປັນຈັ່ງໄດກະຄອມເມັ້ນໄວ້ດ້ານລຸ່ມໄດ້ເດີ ທຸກຄົນ

ສະຫຼຸບອາກາດມື້ນັ້ນແລະບັຍຍາກາດມື້ນັ້ນແມ່ນສຸດຍອດຫລາຍ ຫາໃສກະຍາກແລ້ວທຳມດຊາດແບບນີ້ນະ.

ສຸດທ້າຍນີ້ ກະຢ່າລືມກົດ ໂຫວດ ເພື່ອເປັນກຳລັງໃຈໃຫ້ກັບຂ້ອຍໃນການນຳສາລະດີມີປະໂຫຍດເພື່ອຈະໄດ້ນຳມາເວົ້າເອົາມາເລົ່າໃຫ້ໝູ່ເພື່ອນໄດ້ຟັງກັນເທື່ອໜ້ານຳເດີ.

ຂໍຂອບໃຈ.

I love steemit.

#By:andy2.

Sort:  

วิวสวยมากๆ ค่ะ

Coin Marketplace

STEEM 0.20
TRX 0.13
JST 0.030
BTC 64724.80
ETH 3460.60
USDT 1.00
SBD 2.51