ວິທີສະໝັກ BX.IN.TH ພາກ2 ຫຼື ວິຢືນຢັນຕົວຕົນ
ສະບາຍດີໝູ່ເພື່ອນຊາວsteemitແລະbusy ແລະ ພີ່ນ້ອງຄົນລາວໝົດທຸກຄົນ
ມື້ນີ້ຈະມາສອນວິທີ BX.IN.TH ຕໍ່ເນາະ ພ້ອມດ້ວຍການຢືນຢັນຕົວຕົນ
ຫຼັງຈາກສະໝັກສຳເລັດແລ້ວເນາະມັນຈະຟ້ອງຂຶ້ນມາໜ້າລັອກອິນຂອງ BX.IN.TH ແລະ ຈະບອກໃຫ້ເຮົາໄປຮັບຊື່ຢຸດເຊີກັບລະໃນອີເມວຂອງເຮົາ
ແລ້ວເຮົາກະເຂົ້າໄປອີເມວເຮົາເລີຍເນາະ ໃຜໃຊ້ Gmail ກະໄປເບິ່ງຢູ່ Gmail ໃຜໃຊ້ Hotmail ກະໄປເບິ່ງຢູ່Hotmail ສ່ວນຂ້າພະເຈົ້າແມ່ນHotmail ໄປເບິ່ງກັນເລີຍເນາະ
ຫຼັງຈາກເຂົ້າອີເມວແລ້ວ ທາງBX.IN.TH ຈະສົ່ງຂໍ້ຄວາມມາທາງ Junk Mail ຫຼື ຖ້າເປັນພາສາໄທ ຈະແມ່ນ อีเมลขยะ
ຫຼັງຈາກນັ້ນໃຫ້ຄິກໃສ່ຂໍ້ຄວາມທີ່BX.IN.TH ສົ່ງມາເນາະ
ແລ້ວກະເອົາ ລະຫັດທີ່ທາງBX.IN.TH ໃຫ້ມາໄປລັອກອິນ ຫຼື ເຂົ້າສູ່ລະບົບເລີຍເນາະ ສ່ວນເຊີເພິ່ນຈະເຊື່ອງໄວ້2ໂຕເຮົາຕັ້ງກະຄືຈະຈື່ເນາະ
ຫຼັງຈາກນັ້ນກະໄປລັອກອິນເລີຍເນາະໃຫ້ເອົາຊື່ຢຸດເຊີກັບລະຫັດໄປໃສ່ຕາມຂັ້ນຕອນຕໍ່ໄປເລີຍເນາະແລ້ວກະລັອກອິນ
ຫຼັງຈາກລັອກອິນແລ້ວກະເຂົ້າມາໜ້າຫຼັກເລີຍເນາະ
ຫຼັງຈາກນັ້ນໃຫ້ໄປກົດ My Account ຖ້າເປັນພາສາໄທກະ บัญชีของฉัน
ແລ້ວກະໄປກົດ Verifty Account ຫຼື บัญชีตรวจสอบ
ແລ້ວກະຕື່ມຂໍ້ມູນຕາມທີ່ເພິ່ນຖາມເນາະມີພີ່ນ້ອງຢູ່ໃສກະເອາບ້ານເລກທີ່ພີ່ນ້ອງໃສ່ກະໄດ້ ຂ້ອຍກະໃສ່ຂອງພີ່ນ້ອງຂ້ອຍ ຫຼັງຈາກໃສ່ຂໍ້ມູນແລ້ວໆກະກົດທີ່ Submit Verification ຫຼື ตกลงเพื่อตรวจสอบ
ຫຼັງຈາກກົດ ตกลงเพื่อตรวจสอบ ເວັບຈະລິ້ງໄປໜ້ານີ້ເພື່ອຖາມວ່າເຮົາປ້ອນຂໍ້ມູນຖືກບໍ່ ຄັນໝັ້ນໃຈວ່າຖືກແລ້ວກະລໍຖ້າ ຖ້າບໍ່ແນ່ໃຈກະກົດຍົກເລີກ
ຖ້າເຮົາສະໝັກຮຽບຮ້ອຍກະຈະມີຂໍ້ຄວາມເຂົ້າຢູ່ບ່ອນກະລິ່ງທີ່ຂ້ອຍຂີດວົງມົນໄວ້ເນາະ
ຖ້າສະໝັກຜ່ານກະຈະຂຽນບອກວ່າ Account verification approved
ຖ້າຫາກບໍ່ຜ່ານກະຈະຂຽນບອກວ່າ Account verification rejacted. The selfile picture was miising your signature, you miss sign the paper
ການສະໝັກ BX.IN.TH ມາຮອດນີ້ກະຖືວ່າຈົບລົງພຽງເທົ່ານີ້ເນາະ ຂໍຂອບໃຈ ສຳລັບທຸກໆຄົນທີ່ເຂົ້າມາອ່ານ
Thank you much for support me
ຂອບໃຈສຳລັບຂໍ້ມູນດີໆ
ດ້ວຍຄວາມເຕັມໃຈມີຫຍັງກະຊ່ວຍກັນ