🇱🇦 Sa Bai Dee 🇱🇦 What is the best for team 🤗

in #laos7 years ago

ສະບາຍດີໝົດສຸຄົນເດີທີມລາວຂອງພວກເຮົາ ກະຄືເຈົ້າໄດ້ເຫັນເນາະ ສອງສາມມື້ມານີ້
ທາງເວັບໄຊ້ຂອງ steemit ຂ້ອນຂ້າງຂັດຂ້ອງແດ່ເວລາໂພດຫຍັງໄປກະບໍ່ໄດ້ດັ່ງໃຈຈົນ
ບາງທີໂພດກະຫາຍໄປກັບຕາ ເນາະງົມຂຽນມາຫຼາຍຊົ່ວໂມງເສຍໄປລ້າໆ

ເອົາເປັນແນວໃດທີມເຮົາບໍ່ຄ່ອຍໄດ້ເຫັນການເຂື່ອນໄຫວປານໃດເນາະ ຂ້ອນຂ້າງຈະຊ້າ
ກ່ອນທີ່ມອື່ນທີ່ເຂົາພັດທະນາໄປອິເຮັດແນວໃດທີ່ເຮົາຈະໄດ້ປະສົບການຈາກບ່ອນນີ້ມາໃຊ້
ໃຫ້ເກີດຜົນດີຕໍ່ໂຕເຮົານັ້ນກະຄືເຮົາຮຽນຈາກປະສົບການຂອງເຮົາໂດຍການສັງເກດເບີ່ງ
ທີມອື່ນເຂົາເຮັດໂພດແນວໃດ ຂຽນແນວໃດຄືມາໄດ້ຜົນຕອບແທນຫຼາຍກ່ວາເຮົາແທ້

ລອງໄປເບີ່ງເອົາປະສົບການນຳຂະເຈົ້າແລ້ວກະມາປັບໃຊ້ໃຫ້ເກີດຜົນດີກັບໂພດຂອງເຮົາ
ເຮັດໃຫ້ໂພດຍາວຂື້ນ ມີຄຳເວົ້າເນື້ອໃນໃຈຄວາມຫຼາຍຂື້ນ ເພື່ອໃຫ້ໂພດຂອງເຮົາໄດ້ຮັບ
ຜົນໂຫວດດີໆຈາກທີມຜູ້ທີ່ເຂົາຊ່ວຍເຫຼືອງອູມຊູເຮົາມາ ຕັ້ງໃຈເຮັດໃຫ້ສຸດຝີມືເທົ່າທີ່ເຮັດໄດ້

ເພື່ອຕອບແທນນຳໃຈໃຫ້ຄົນທີ່ເຂົາອົດສາພັກດັນໃຫ້ມີທີມລາວຂອງພວກເຮົາຂື້ນມາ
ໄດ້ເຫັນວ່າເຮົາຄວນຄ່າແກ່ການໄດ້ຮັບການຊ່ວຍເຫຼືອຈາກພວກເຂົາ ຕອນນີ້ທີມເຮົາ
ຍັງບໍ່ສາມາດທີ່ຈະໂຫວດໃຫ້ຄະແນນເອັງໄດ້ຄືທີມໄທເພາະວ່າຄົນໃນທີມຍັງໜ້ອຍ
ຍັງຂ້ອນຂ້າງເຕີມໃຫຍ່ຊ້າ ເຫດຜົນກະມີທໍ່ນີ້ ຄົນໃນທີມລາວຍັງບໍ່ພຽງພໍທີ່ຈະເປັນ
ອິດສະລະ ມີຜົນໂຫວດເປັນຂອງໂຕເອັງ

ຈາກທີ່ທີມເຂົາໃຫ້ຜົນໂຫວດນັ້ນກະຄືຈຳນວນເງິນທີ່ທຸກຄົນໄດ້ຮັບໃນແຕ່ລະໂພດນັ້ນ
ພວກເຂົາຕ້ອງການຊ່ອຍຊຸມຊົນໃໝ່ຄືທີມພວກເຮົາແລ້ວຜົນທີ່ພວກເຂົາຕອງການຈາກ
ພວກເຮົາກະຄື ຊ່ວຍກັນຫາຄົນມາເພີ່ມໃນທີມໃຫ້ໄດ້ຫຼາຍຂື້ນເພື່ອຈະຊ່ອຍໂຕເອັງໄດ້

ແຕ່ອັນນີ້ກະບໍ່ຮູ້ເລີຍວ່າພວກເຂົາຈະໃຫ້ການສະໜັບສະໜູນເຮົາໄດ້ດົນປານໃດ ເພາະ
ສະນັ້ນຕອນນີ້ມີໂອກາດແລ້ວເຮັດໃຫ້ມັນດີທີ່ສຸດ ເຮັດໂພດໃຫ້ຍາວຂື້ນ ມີເນື້ອໃນໃຈຄວາມ
ຈື່ບໍ່ວ່າທີມລາວເຮົາສາມາດໃຊ້ພາສາຂອງພວກເຮົາເອັງໄດ້ແລ້ວ ຖ້າຢ້ານຜູ້ອື່ນເຂົາອິບໍ່ເຂົ້າໃຈ
ກະເຮັດໂພດພາສາລາວແລ້ວອັງກິດ ຫຼືໄທ ແປທາງຫຼັງຕື່ມກະໄດ້ຕ່ມໃຈ

ແລ້ວເລື່ອງແທກທາງໝ້າທຳອິດຂ້ອຍຄິດວ່າເຮົາຄວນໃສ່ ແທກລາວທຳອິດເພື່ອອິໄດ້ໂຄສະນາ
ທີມຂອງເຮົາໃຫ້ຜູ້ອື່ນເຫັນແດ່ວ່າແມ່ນໂພດຂອງຄົນລາວ

ສຸດທ້າຍນີ້ຂໍໃຫ້ທຸກຄົນໂຊກດີ
ຂອບໃຈທີ່ເສຍສະລະເຂົ້າມາອ່ານ

Me @laoteam
Have a good day everyon.

Sort:  

ຄວາມກຫວັງຍັງມີຢູ່ວ່າທີມຂອງລາວເຮົາຈະຕ້ອງ
ມີຄົນເຂົ້າມາພີ່ມໃຫຍ່ຂື້ນໄປກ່ວານີ້ ແຕ່ຕອນນີ້ຕ້ອງ
ສ້າງຊອກຫາຄວາມຮູ້ໃຫ້ພໍຕົວກ່ອນ ເພື່ອອິໄດ້ໄປຊ່ອຍ
ນ້ອງໃໝ່ເຂົ້າມາໃນທີມເຮົາ ຂ້ອຍຍັງມີຄວາມຫວັງວ່າ
ທີມເຮົາຈະຕ້ອງດີຂື້ນກ່ວານີ້ @laoteam 👍

ຢ່າໃຫ້ກຳລັງໃຈໝົດເນາະ😊

Congratulations @laoteam! You have completed some achievement on Steemit and have been rewarded with new badge(s) :

Award for the number of comments

Click on any badge to view your own Board of Honor on SteemitBoard.
For more information about SteemitBoard, click here

If you no longer want to receive notifications, reply to this comment with the word STOP

By upvoting this notification, you can help all Steemit users. Learn how here!

Coin Marketplace

STEEM 0.20
TRX 0.13
JST 0.030
BTC 64768.36
ETH 3436.88
USDT 1.00
SBD 2.51